ພວກເຮົາແມ່ນໃຜ
ພາລະກິດຂອງພວກເຮົາ
ພວກເຮົາເປັນກຸ່ມລູກສິດຂອງພະເຢຊູທີ່ໄດ້ພົບເຫັນຊີວິດທີ່ຫມັ້ນຄົງແຫ່ງສັນຕິສຸກ, ຄວາມຫວັງ, ຄວາມຮັກ, ແລະຄວາມຊົມຊື່ນຍິນດີ ໂດຍການຄົ້ນພົບ, ການເຊື່ອຟັງ ແລະການແບ່ງປັນຄວາມຈິງຂອງພະຄຳຂອງພຣະເຈົ້າໃນພຣະຄຳພີ.
ພາລະກິດຂອງພວກເຮົາແມ່ນເພື່ອຊ່ວຍໃຫ້ຄົນອື່ນຊອກຫາເສັ້ນທາງໄປສູ່ຊີວິດທີ່ຫມັ້ນຄົງແຫ່ງສັນຕິສຸກ, ຄວາມຫວັງ, ຄວາມຮັກ, ແລະຄວາມຊົມຊື່ນຍິນດີ ໂດຍການຄົ້ນພົບ, ເຊື່ອຟັງແລະແບ່ງປັນຄວາມຈິງຂອງພຣະຄໍາຂອງພຣະເຈົ້າໃນພຣະຄຳພີ.

ປະສົບການພິເສດ
ຫຼັງຈາກທີ່ພະຍາຍາມເຮັດທຸກສິ່ງທຸກຢ່າງທີ່ໂລກບອກພວກເຮົາໃຫ້ເຮັດເພື່ອຈະເຕີມເຕັມຈິດໃຈເຮົາ, ພວກເຮົາໄດ້ພົບວ່າສິ່ງທັງຫມົດເຫຼົ່ານີ້ (ເງິນ, ອໍານາດ, ຄວາມສໍາເລັດ, ຄວາມນິຍົມ, ແລະອື່ນໆ) ໃນທີ່ສຸດກໍ່ຫວ່າງເປົ່າ. ນັບຕັ້ງແຕ່ພວກເຮົາໄດ້ຮຽນຮູ້ແລະເລີ່ມຕົ້ນມີປະສົບການກັບພຣະເຈົ້າຜູ້ທີ່ສ້າງພວກເຮົາແລະຮັກພວກເຮົາ, ຊີວິດຂອງພວກເຮົາກໍໄດ້ຮັບການປ່ຽນແປງຕະຫຼອດໄປ.
ພວກເຮົາເຊື່ອຢ່າງສຸດໃຈຂອງພວກເຮົາວ່າທ່ານສາມາດຊອກຫາຄໍາຕອບໃນຄໍາຖາມທີ່ຫຍຸ້ງຍາກທີ່ທ່ານມີໃນຊີວິດໄດ້ເຊັ່ນດຽວກັນ. ຊີວິດຂອງເຈົ້າມີຈຸດປະສົງ ແລະເຈົ້າຍັງສາມາດຄົ້ນພົບຄວາມຈິງເຫຼົ່ານີ້ຮ່ວມກັບຄົນອື່ນໆທີ່ຊອກຫາຄວາມຫມາຍໃນຊີວິດຂອງເຂົາເຈົ້າ.
ຂ່າວສານຂອງພຣະເຈົ້າ
ພຣະເຈົ້າໄດ້ສົ່ງພຣະເຢຊູຄຣິດເຂົ້າມາໃນໂລກໂດຍມີຂ່າວສານ ເຖີງ ທຸກປະຊາຊົນແລະປະຊາຊາດ:
- "ຂ້ອຍມາເພື່ອໃຫ້ເຈົ້າມີຊີວິດທີ່ເຕັມ"
- “ເຮົາຄືທາງນັ້ນ, ຄວາມຈິງ ແລະເປັນຊີວິດ. ບໍ່ມີໃຜມາຫາພຣະບິດາໄດ້ ນອກຈາກຜ່ານເຮົາ."