ພຣະ​ເຈົ້າ​ຊ່ວຍ​​ທ່ານ​ໄດ້

ຊີວິດວຸ້ນວາຍບໍ? ຊີວິດຍາກບໍ? ກັງວົນບໍ? ທໍ້ຖ້ອຍໃຈບໍ?

ຈົ່ງ​ປະ​ຄວາມ​ກະວົນ​ກະວາຍ​ຂອງ​ພວກເຈົ້າ​ໄວ້​ກັບ​ພຣະເຈົ້າ ເພາະວ່າ​ພຣະເຈົ້າ​ຊົງ​ຫ່ວງໃຍ​ພວກເຈົ້າ​ຢູ່.”

ຈາກ‭‭1ເປໂຕ‬‭5‬:‭7 ຈາກພະ​ຄໍາ​ພີ​ຂອງ​ພຣະ​ເຈົ້າ

ຢ່າ​ກະວົນກະວາຍ​ໃນ​ສິ່ງ​ໃດ​ເລີຍ, ແຕ່​ໃນ​ທຸກ​ສະຖານະການ ຈົ່ງ​ຂໍ​ທຸກສິ່ງ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຕໍ່​ພຣະເຈົ້າ ດ້ວຍ​ການອະທິຖານ ແລະ ອ້ອນວອນ ພ້ອມ​ກັບ​ການຂອບພຣະຄຸນ. ແລ້ວ​ສັນຕິສຸກ​ຂອງ​ພຣະເຈົ້າ​ທີ່​ເກີນ​ຄວາມເຂົ້າໃຈ​ທັງໝົດ​ຈະ​ເຝົ້າຮັກສາ​ຈິດໃຈ ແລະ ຄວາມຄິດ​ຂອງ​ພວກເຈົ້າ​ທັງຫລາຍ​ໄວ້​ໃນ​ພຣະຄຣິດເຈົ້າເຢຊູ.”

‭‭ຟີລິບປອຍ‬ ‭4‬:‭6‬-‭7‬ ຈາກພະ​ຄໍາ​ພີ​ຂອງ​ພຣະ​ເຈົ້າ

ພຣະເຈົ້າຄືພໍ່ທີ່ຫ່ວງໃຍແລະເບິ່ງແຍງຊີວິດຂອງພວກເຮົາທີ່ເປັນລູກຂອງພຣະເຈົ້າ.

““ມີ​ຜູ້ໃດ​ໃນ​ພວກເຈົ້າ​ຖ້າ​ລູກຊາຍ​ຂໍ​ເຂົ້າຈະ​ເອົາ​ກ້ອນຫີນ​ໃຫ້? ຫລື ຖ້າ​ລູກ​ຂໍ​ປາ​ຈະ​ເອົາ​ງູ​ໃຫ້? ເຖິງແມ່ນວ່າ​ພວກເຈົ້າ​ເປັນ​ຄົນຊົ່ວ ພວກເຈົ້າ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​​ລູກ​ຂອງ​ຕົນເອງ. ພຣະບິດາຂອງ​ພວກເຈົ້າ​ຜູ້ທີ່ຢູ່ໃນ​ສະຫວັນ​ຈະ​ໃຫ້​ຂອງ​ດີ​ໃຫ້​​​ຜູ້​ທີ່​ຂໍ​ຈາກ​ພຣະເຈົ້າ.”

ມັດທາຍ‬ ‭7‬:‭9‬-‭11‬ ‭ຈາກພະ​ຄໍາ​ພີ​ຂອງ​ພຣະ​ເຈົ້າ

ພໍ່ທີ່ດີຈະຫ່ວງໃຍລູກທຸກຄົນທີ່ເຫັນບຸນຄຸນຂອງພໍ່. ຄືກັບພໍ່ທີ່ດີ ພະເຈົ້າຈະຮັກສາແລະນໍາຊີວິດຂອງລູກທຸກຄົນທີ່ໃຫ້ກຽດພະເຈົ້າແລະເຊື່ອຟັງຄຳສັ່ງຂອງພະເຈົ້າ. 

ລູກ​​ບໍ່​ຕ້ອງ​ຈ່າຍ​ເງິນ​ໃຫ້​ພໍ່​ຊ່ວຍ​ພຽງ​ແຕ່​ຂໍ​ໃຫ້​ພໍ່​ຊ່ວຍ. ຄືກັບລູກ ​ພວກເຮົາ​​​ບໍ່​ຕ້ອງ​ຈ່າຍ​ເງິນ​ໃຫ້​ພະເຈົ້າ​ຊ່ວຍ​ພຽງ​ແຕ່​ຂໍ​ໃຫ້​ພະເຈົ້າຊ່ວຍ.

ຜູ້ໃດສາມາດກາຍເປັນລູກຂອງພຣະເຈົ້າ ຖ້າຜູ້ນັ້ນເຫັນບຸນຄຸນຂອງພຣະເຈົ້າ ໂດຍໃຫ້ກຽດແກ່ພຣະເຈົ້າແລະຍອມເຊື່ອຟັງພຣະເຈົ້າ.

ກົດລິ້ງນີ້ເພື່ອເບິ່ງວີດີໂອ
ຮຽນຮູ້ກ່ຽວກັບພະເຈົ້າໂດຍການເບິ່ງວີດີໂອ
ກົດລິ້ງນີ້ເພື່ອເຂົ້າໃຈ​ການ​ອະ​ທິ​ຖານ​
ຊີວິດວຸ້ນວາຍບໍ? ມາຮຽນຮູ້ວິທີທີ່ພຣະເຈົ້າໄດ້ຊ່ວຍເຮົາ
ກົດລິ້ງນີ້ເພື່ອດາວໂຫລດພະຄໍາພີ
ຮຽນຮູ້ກ່ຽວກັບພຣະເຈົ້າໂດຍການອ່ານພຣະຄໍາພີ
ກົດລິ້ງນີ້ເພື່ອຕິດຕໍ່ພວກເຮົາ​
ມີ​ຄໍາ​ຖາມ​ກ່ຽວ​ກັບ​ພຣະ​ເຈົ້າບໍ​? ມາຖາມພວກເຮົາໄດ້
This site uses cookies 
to ensure you get
the best experience.